ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ລົງໂທດ​ຂອງ​ ອາ​ເມ​ຣິ​ກາ ​ເຮັດ​ໃຫ້​ເສດຖະກິດ ​ອັບ​ກາ​ນິດ​ສະຖານ​ ພົບ​ຄວາມ​ຫຍຸ້ງຍາກ


     ວັນ​ທີ 15 ສິງຫາ ນີ້, ລັດຖະບານ​ຊົ່ວຄາວ​ ອັບກາ​ນິດ​ສະຖານ​ ໄດ້​ຈັດ​ພິທີ​ສະເຫຼີມສະຫຼອງ​ການ​ຄອງ​ອຳນາດຄົບຮອບ 2 ປີ. ໂດຍ​ປະຊາຊົນ​ໄດ້​ໃຫ້​
ສຳພາດ​ຕໍ່​ນັກ​ຂ່າວ​ວ່າ: ເຖິງ​ວ່າ​ປັດຈຸບັນ​ນີ້, ສະພາບ​ຄວາມ​ໝັ້ນຄົງ​ຂອງ​ທ້ອງຖິ່ນ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ​ກໍ​ຕາມ, ແຕ່​ການ​ລົງໂທດ​ຂອງ ​ສະຫະລັດ​ອາ​ເມ
​ຣິ​ກາ ​ໄດ້​ເຮັດ​ໃຫ້ການ​ຟື້ນ​ຄືນ​ຂອງ​ເສດຖະກິດ​ ອັບ​ກາ​ນິດ​ສະຖານ​ ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ລຳບາກ​ຫຼາຍ.

     ອີງ​ຕາມ​ບົດ​ລາຍ​ງານ​ສະບັບ​ໜຶ່ງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ຄາດ​ຄະເນ​ວ່າ: ປີ 2023, ເຖິງ​ວ່າການ​ລະດົມ​ທຶນ ​ເພື່ອ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ
​ທີ່​ຮຽກຮ້ອງ​ຕ້ອງການ​ສູງ​ເຖິງ 4,6 ຕື້​ໂດ​ລາ, ແຕ່​ນັບ​ມາ​ຮອດ​ເດືອນ ເມສາ 2023, ທຶນ​ທີ່​ສາມາດ​ເຂົ້າ​ເຖິງ​ໄດ້​ມີ​ພຽງ​ແຕ່​ບໍ່​ຮອດ 5% ເທົ່າ​ນັ້ນ.

     ພາຍ​ໃຕ້​ກໍລະນີ​ທີ່​ຂາດເຂີນ​ທຶນ​ຊ່ວຍເຫຼືອ​ຫຼາຍ​ປານ​ນັ້ນ, ອາ​ເມ​ຣິ​ກາ​ ຊ້ຳພັດ​ຍັງ​ປະຕິເສດ​ບໍ່​ສົ່ງ​ຊັບ​ຊິນ​ຢູ່​ຕ່າງປະເທດ​ຂອງ​ທະນາຄານ​ກາງ ​ອັບ​ກາ​ນິດ​ສະ
ຖານ​ຄືນ. ຜູ້​ຊ່ຽວຊານ​ອັບ​ກາ​ນິດ​ສະຖານ​ເປັນ​ຫ່ວງ​ວ່າ: ບັນຫາ​ທີ່​ນຳ​ມາ​ຈາກ​ການ​ລົງໂທດ​ຂອງ​ ອາ​ເມ​ຣິ​ກາ ​ຈະ​ສ້າງ​ຜົນ​ກະທົບ​ຕໍ່​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາ
ຊົນ​ໃນ​ດ້ານ​ຕ່າງໆ, ນອກຈາກ​ເສດຖະກິດ​ສືບຕໍ່​ອ່ອນແອ, ຕະຫຼາດ​ຂາດ​ຄວາມ​ມີ​ຊີວິດ​ຊີວາ​ແລ້ວ, ຍັງ​ຈະ​ສ້າງ​ຜົນ​ກະທົບ​ຕໍ່​ຂົງເຂດ​ຕ່າງໆ ເຊັ່ນ: ການ​ຢາ ແລະ
ສາທາລະນະ​ສຸກ ເປັນຕົ້ນ...ເຊິ່ງ​ຈະ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ທ້ອງຖິ່ນ​ທີ່​ທຸກ​ຍາກ​ຢູ່​ແລ້ວ​ນັ້ນ, ຍິ່ງ​ຊຸດໂຊມ​ຮ້າຍແຮງ​ລົງ​ຕື່ມ​ອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 22/08/2023